ແປ​ສຸ​ພາ​ສິດ ຫວຽດ​ລາວ – Dịch tục ngữ Việt Lào
ແປ-ສຸ-ພາ-ສິດ-ຫວຽດ-ລາວ-dich-tuc-ngu-viet-lao

ແປ​ສຸ​ພາ​ສິດ ຫວຽດ​ລາວ – Dịch tục ngữ Việt Lào

1. ແປ​ສຸ​ພາ​ສິດ ຫວຽດ​ລາວ (dịch tục ngữ Việt Lào):

ແປ​ສຸ​ພາ​ສິດ ຫວຽດ​ລາວ ໝາຍ​ເຖິງ​ການ​ແປ ຄຳ​ສຸ​ພາ​ສິດ​ຫວຽດ​ມາ​ເປັນ​​ຄຳສຸ​ພາ​ສິດ​ລາວ ເປັນ​ວຽກ​ງານ​ໜຶ່ງ​ທີ່​ຍາກ​ພໍ​ສົມ​ຄວນ ເພາະ​ການ​ແປ​ສຸ​ພາ​ສິດມີ​ຫຼັກ​ການ​ແປ​ໂດຍ​ສະ​ເພາະ​ຂອງ​ມັນ​ເອງ.​

ເມື່ອ​ພວກ​ເຮົາ​ແປ​ປະ​ໂຫຍກ​ໜຶ່ງ ບົດ​ຄ​ວາມ​ໃດ​ໜຶ່ງ ຫຼື ອ່ານ​ປຶ້ມ​ເລື່ອງ​ຫົວ​ໃດ​ຫົວ​ໜຶ່ງ ທັງ​ພາ​ສາ​ບ້ານ​ເຮົາ ຫຼື ພາ​ສາ​ຕ່າງ​ປະ​ເທດ ພວກ​ເຮົາ​ກໍ​ມັກ​ຈະ​ພົບ​ບັນ​ຫາ​ທີ່​ມີ​ຢູ່​ວ່າ ຈະ​ມີ​ບາງ​ຄຳ, ບາງ​ຂໍ້​ຄວາມ, ບາງວັກ ທີ່ເຮົາ​ຈະ​ບໍ່​ເຂົ້າ​ໃຈ ຫຼື ແປບໍ່​ໄດ້. ກຸ່ມ​ຄຳ ຫຼື ຂໍ້​ຄວາມ​ດັ່ງ​ກ່າວ ອາດ​ຈະ​ເປັນ ສັບ​ສະ​ເພາະ, ສັບ​ການ​ເມືອງ, ສັບ​ໃໝ່ທີ່​ເຮົາ​ຍັງ​ບໍ່​ທັນ​ຮຽນ ຕະ​ຫຼອດ​ເຖິງ​ຄຳ​ສຳ​ນວນ, ສຸ​ພາ​ສິດ​ຂອງ​ປະ​ເທດ​ເຮົາ (ສຸ​ພາ​ສິດ​ລາວ) ຫຼື ​ປະ​ເທດ​ອື່ນໆ (ເຊັ່ນ ສຸ​ພາ​ສິດ​ຫວຽດ). ຄຳ​ຈຳ​ພວກນີ້​ຈະ​ມີ​ການ​ແປ​ສະ​ເພາະ​ຂອງ​ມັນ ຄື​ດັ່ງ​​ໄດ້​ສະ​ເໜີ​ຂ້າງ​ເທິງ ແລະຈະ​ນຳ​ສະ​ເໜີ​ໃນ​ຂັ້ນ​ຕໍ່​ໄປ.

2. ຫຼັກ​ການ​ແປ​ສຸ​ພາ​ສິດ ຫວຽດ​ລາວ:

2.1 ຕົວ​ຢ່າງ:

ເພື່ອ​ສະ​ດວກ​ແກ່​ການ​ອະ​ທິ​ບາຍ ເຮົາ​ມາ​ເບິ່ງ​ຕົວ​ຢ່າງ​ດັ່ງ​ລຸ່ມນີ້:

“Ông đừng có địch với vua, đừng có đua với trời. Già kề miệng lỗ rồi chứ còn trẻ trai gì nữa đâu! “

ông: ທ່ານ, ພໍ່​ເຖົ້າ, ເຈົ້າ; đừng: ​ຢ່າ; có: ມີ; địch: ສູ້, ຕ້ານ; với: ກັບ; vua: ​ເຈົ້າ​ຊີ​ວິດ; đua: ​ແຂ່ງ, ແຂ່ງ​ຂັນ; trời: ຟ້າ; già: ​ເຖົ້າ, ແກ່, ຊະ​ລາ; kề: ​ໃກ້; miệng: ​ປາກ; lỗ: ​ຂຸມ; rồi: ​ແລ້ວ; chứ: ຊິ; còn: ຍັງ; trẻ: ໜຸ່ມ; trai: ຊາຍ; gì: ຫຍັງ; nữa: ອີກ; đâu: ດອກ, ໃສ.

 

ທ່ານ, ພໍ່​ເຖົ້າ, ເຈົ້າ ông  |ອັອງ|
ຢ່າ đừng  |ດຶ່ງ|
ມີ  |ກໍ໋|
ສູ້, ຕ້ານ địch  |ດິ໊ດ|
ກັບ với  |ເຫວີຍ|
ເຈົ້າ​ຊີ​ວິດ vua  |ວົວ|
ແຂ່ງ, ແຂ່ງ​ຂັນ đua  |ດົວ|
ຟ້າ trời  |ເຕ​ຣີ່ຍ|
​ເຖົ້າ, ແກ່, ຊະ​ລາ già  |ຢ່າ|
ມໍ່, ໃກ້ kề  |ເກ່|
ປາກ miệng  |ໝ້ຽງ|
​ຂຸມ lỗ  |ໂຫຼ, ໂລ້|
​ແລ້ວ rồi  |ໂຣ່ຍ|
ຊິ chứ  |ຈື໋|
ຍັງ còn  |ກ່ອນ|
ໜຸ່ມ trẻ  |ແຕ​ຣ້|
ຊາຍ trai  |ຕ​ຣາຍ|
ຫຍັງ  |ຢີ່|
ອີກ nữa  |ເໜືອ, ເນື້ອ|
ດອກ, ໃສ đâu  |ເດົາ|

 

​ສະ​ນັ້ນ ປະ​ໂຫຍກ “Ông đừng có địch với vua, đừng có đua với trời. Già kề miệng lỗ rồi chứ còn trẻ trai gì nữa đâu! “ ເມື່ອ​ແປ​ຕາມ​ໂຕ ເຮົາ​ຈະ​ໄດ້ : “ເຈົ້າ​ຢ່າ​ສູ້​ກັບ​ເຈົ້າ​ຊີ​ວິດ ຢ່າ​ແຂ່ງ​ຂັນ​ກັບ​ຟ້າ. ເຖົ້າ​ໃກ້​ປາກ​ຂຸມ​ແລ້ວ ໃສຊິ​ຍັງ​ໜຸ່ມ​ແໜ້ນ​ຫຍັງ​ອີກ​! “ (ໃນ​ນີ້ trẻ trai ແປ​ເປັນ​ໜຸ່ມ​ແໜ້ນ).

2.2 ຫຼັກ​ການ:

ການ​ແປ​ຕາມ​ໂຕ​ແບບນີ້​ຈະ​ເຮັດ​ໃຫ້​ປະ​ໂຫຍກ​ແຕ່ງ​ ຫຼື ເວົ້າ​ຈະ​ບໍ່​ມ່ວນ ແລະ​ບາງ​ເທື່ອ​ຜູ້​ຟັງ​ກໍ​ບໍ່​ເຂົ້າ​ໃຈ​ອີກ. ຄຳ​ວ່າ “đừng có địch với vua, đừng có đua với trời“ ແລະ “ Già kề miệng lỗ “ ເປັນ​ຖ້ອຍ​ຄວາມ​ທີ່​ມີ​ໂຄງ​ສ້າງ​ພິ​ເສດ ບົ່ງ​ບອກວ່າ ເປັນຄຳ​ສຸ​ພາ​ສິດ ຫຼື ຄຳ​ສຳ​ນວນ ເຊິ່ງ​ເຮົາ​ຈຳ​ເປັນ​ຕ້ອງ​ຮູ້​ນິ​ຍາມ​ຂອງ​ສອງ​ຄຳ​ນີ້ ແລະ​ຫຼັກ​ການ​ແປ ຈຶ່ງ​ຈະ​ແປ​ໄດ້​ຖືກ​ຕ້ອງ.

“ສຸ​ພາ​ສິດ ແມ່ນ​ຖ້ອຍ​ຄວາມ​ທີ່​ກ່າວ​ແນະ​ນຳ, ສັ່ງ​ສອນ ເຕືອນ​ສະ​ຕິ ດ້ວຍ​ຫຼັກ​ຄວາມ​ຈິງ ແລະ​ສ່ວນ​ຫຼາຍ​ເປັນ​ຄຳ​ຄ້ອງ​ຈອງ”.

ເຮົາ​ເຫັນ​ວ່າ ຄຳ “đừng có địch với vua, đừng có đua với trời“ ເປັນ​ຄຳ​ແນະ​ນຳ ຫຼື ເຕືອນ​ສະ​ຕິ ສະ​ນັ້ນ​ມັນ​ເປັນ​ຄຳ​ສຸ​ພາ​ສິດ.

ການແປ​ສຸ​ພາ​ສິດ ຈະ​ຕ້ອງ​ຮູ້ ແລະ​ເຂົ້າ​ໃຈ​ຄວາມ​ໝາຍ​ເລິກ​ຂອງ​ມັນ (ມີ​ບາງ​ກໍ​ລະ​ນີ​ກໍ​ໄດ້​ໃຊ້​ຄວາມ​ໝາຍ​ແປນ​ຂອງ​ຄຳ​ສຸ​ພາ​ສິດ) ເພື່ອນຳມາ​ສົມ​ທຽບ ແລະ​ຊອກ​ຫາ​ຄຳ​ສຸ​ພາ​ສິດ​ທຽບ​ເທົ່າ​ຈາກ​ພາ​ສາ​ທີ່​ເຮົາ​ຕ້ອງ​ການ​ແປ.

ການ​ຊອກ​ຫາ​ທີ່​ງ່າຍ​ສຸດ​ແມ່ນ​ຊອກ​ຈາກ​ການ​ແປ​ຄວາມ​ໝາຍ​ແປນ ເຊັ່ນ “đừng ແປ​ວ່າ ຢ່າ” ເຮົາ​ກໍ​ໄປ​ຊອກ​ຄຳ​ສຸ​ພາ​ສິດ​ທີ່​ມີ​ຢູ່​ໃນ​ໝວດນີ້ ມີ​ຄຳ​ໃດ​ມີ​ຄວາມ​ໝາຍ​ທຽບ​ຄຽງ​ກັບ​ຄຳ​ທີ່​ເຮົາ​ຕ້ອງ​ການ​ແປ​ບໍ?

dịch tục ngữ Việt Lào- nguyên tắc dịch
Nguyên tắc dịch tục ngữ Việt Lào – ຫຼັກ​ການແປ ສຸ​ພາ​ສິດ ຫວຽດ​ລາວ

 

ແລະ​ເຮົາ​ເຫັນ​ວ່າ:

 

ສຸ​ພາ​ສິດ ຫວຽດ​ນາມ ສຸ​ພາ​ສິດ ລາວ
đừng có địch với vua, đừng có đua với trời ​ຢ່າ​ຕີ​ກອງ​ແຂ່ງ​ຟ້າ ຢ່າ​ຂີ່​ມ້າ​ແຂ່ງ​ຕາ​ເວັນ
không nên làm những việc quá tầm sức lực ​ບໍ່​ຄວນ​ເຮັດ​ຫຍັງ​ເກີນ​ຄວາມ​ສາ​ມາດ​ແລະ​ຖາ​ນະ​ຂອງ​ຕົນ​ເອງ.
ແປ: ບໍ່​ຄວນ​ເຮັດ​ວຽກ​ຫຍັງ​ທີ່​ເກີນ​ລະ​ດັບ​ກຳ​ລັງ​ວັງ​ຊາ dịch: không nên làm gì vượt quá khả năng và thân phận của mình

 

ຈາກ​ຄວາມ​ໝາຍ​ຂອງ​ສອງ​ຄຳສຸ​ພາ​ສິດ ເຮົາ​ເຫັນ​ວ່າ ສອງ​ຄຳສຸ​ພາ​ສິດນີ້​ທຽບ​ຄຽງ​ກັນ, ດັ່ງ​ນັ້ນ ເຮົາ​ສາ​ມາດ​ແປ​ສຸ​ພາ​ສິດ “đừng có địch với vua, đừng có đua với trời” ເປັນ “ຢ່າ​ຕີ​ກອງ​ແຂ່ງ​ຟ້າ ຢ່າ​ຂີ່​ມ້າ​ແຂ່ງ​ຕາ​ເວັນ”.

ນອກ​ຈາກນັ້ນ ສຳ​ນວນ “ Già kề miệng lỗ “ເປັນ​ຄຳ​ສຳ​ນວນ ເພາະ​ອ່ານ​ຄວາມ​ໝາຍ​ແປນ​ຂອງ​ມັນ​ແລ້ວ ບໍ່​ສາ​ມາດ​ແປ​ຕາມນັ້ນ​ໄດ້ ແລະກໍໄດ້​ແປ​ເປັນ “ຢືນ​ໃກ້​ຝັ່ງ ນັ່ງ​ໃກ້​ຫ້ວຍ” (ທ່ານ​ຈົ່ງ​ເບິ່ງ​ບົດ : “Ăn cây táo rào cây sung tiếng Lào”) ເພື່ອ​ເຂົ້າ​ໃຈ​ວິ​ທີ ແປ​ຄຳ​ສຳ​ນວນ.

ສະ​ຫຼຸບ​ແລ້ວ ຈະ​ໄດ້ແປຄື​ດັ່ງ​ນີ້:

Ông đừng có địch với vua, đừng có đua với trời. Già kề miệng lỗ rồi chứ còn trẻ trai gì nữa đâu! “ ເປັນ “ເຈົ້າ​ຢ່າ​ຕີ​ກອງ​ແຂ່ງ​ຟ້າ ຢ່າ​ຂີ່​ມ້າ​ແຂ່ງ​ຕາ​ເວັນ. ຢືນ​ໃກ້​ຝັ່ງ ນັ່ງ​ໃກ້​ຫ້ວຍ​ແລ້ວ ໃສຊິ​ຍັງ​ໜຸ່ມ​ແໜ້ນ​ຫຍັງ​ອີກ​! “.

ວີ​ດີ​ໂອ​ປະ​ກອບ – Video minh họa

 

ຂອບ​ໃຈ​ເພື່ອນໆ​ທຸກ​ຄົນ​.

ດ​ຣ ພອນ​ສະ​ຫວັນ ຈັນ​ທະ​ວົງ

 

 

Trả lời

Close Menu